ເນື່ອງຈາກໃນທົ່ວໂລກໄດ້ມີການແຜ່ລະບາດເຊື້ອໄວຣັດ COVID-19 ຢ່າງຮຸນແຮງ ແລະ ໃນນັ້ນປະເທດລາວເຮົາກໍເປັນປະເທດໜື່ງທີ່ນອນໃນກຸ່ມຄວາມສ່ຽງນີ້, ເຊີ່ງສະພາບປັດຈຸບັນໜ້າກາກອານາໄມຢູ່ໂຮງໝໍ ແມ່ນບໍ່ພຽງພໍ ແລະ ທາງທີມງານແພດໝໍແມ່ນມີຄວາມຕ້ອງການເປັນຢ່າງຍິ່ງໃນການນໍາໃຊ້ເຂົ້າໃນວຽກງານ ການຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດ COVID-19 ນີ້.
ໃນການປະຕິບັດການນໍາໃຊ້ເງິນທີ່ໄດ້ຮັບຈາກການຮ່ວມບໍລິຈາກຂອງສັງຄົມຜ່ານ BCEL OneHeart ນັ້ນແມ່ນຢູ່ໃນຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ (ດຣ ຈັນດາລີ ສິດພະໄຊ) ທັງໝົດ, ເຊິ່ງຈະເປັນເຈົ້າການ ຮັບຜິດຊອບຈັດຊື້ໜ້າກາກອະນາໄມ ແລະ ລົງມອບ ໃຫ້ສອງໂຮງໝໍດັ່ງກ່າວມາຂ້າງເທິງນັ້ນ ພ້ອມບັນທຶກພາບ ແລະ ລາຍງານມາຍັງ ທຄຕລ ຄືນເພື່ອໃຫ້ ທຄຕລ ແຈ້ງໃຫ້ສັງຄົມຮັບຊາບເປັນແຕ່ລະໄລຍະຜ່ານທາງໜ້າຂ່າວຂອງ BCEL OneHeart ແລະ ຊ່ອງທາງອື່ນໆຂອງ ທຄຕລ ຕາມເຫັນສົມຄວນ.
ກ່ອນບໍລິຈາກຜູ້ບໍລິຈາກສາມາດສຶກສາລາຍລະອຽດຫລືສອບຖາມຂໍ້ມູນເພີ່ມຕື່ມຂອງໂຄງການໂດຍກົງກັບເຈົ້າຂອງໂຄງການ ດຣ ຈັນດາລີ ສິດພະໄຊ ເບີໂທຕິດຕໍ່: 020 29291919
ມາຮ່ວມກັນເປັນກຳລັງໃຈໃຫ້ກັບທ່ານໝໍທີ່ເຮັດໜ້າທີ່ຊ່ວຍປ້ອງກັນ ແລະ ປາບປາມ ພະຍາດ COVID-19 ນີ້ ໂດຍການຮ່ວມໃຈບໍລິຈາກຜູ້ລະເລັກລະໜ້ອຍດ້ວຍ
ລາຄາສະເລ່ຍ 160.000 ກີບ/ກ່ອງ
ລາຄາທັງໝົດ 16.000.000 ກີບ/ 100 ກ່ອງ
50ກ່ອງ ມອບໃຫ້ໂຮງໝໍມິດຕະພາບ 150 ຕຽງ
50 ກ່ອງ ມອບໃຫ້ໂຮງຫມໍມະໂຫສົດ