ສະແກນດ້ວຍ OnePay
ຫຼື ແອັບໃນເຄືອ LAPNet
ເພື່ອບໍລິຈາກ

ລາຍລະອຽດໂຄງການ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດ, ປະສານງານກັບໜ່ວຍງານສັງຄົມສົງເຄາະ ໂດຍຂຶ້ນກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ

ຫົວໜ້າໜ່ວຍງານ : ນາງ ສະນັນຍາ ວົງຄຳສອນ (ໝວຍ)

ພາລະກິດຂອງພວກເຮົາແມ່ນ ລົງພື້ນທີ່ຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍໃນການປິ່ນປົວໂຣກພະຍາດ ບໍ່ວ່າຈະເປັນ ເຄື່ອງອູປະໂພກ-ບໍລິໂພກ, ຄ່າເດີນທາງ, ຄ່າຮັກສາພະຍາບານ ການຜ່າຕັດຕ່າງໆ ທຸກຂົງເຂດໃນປະເທດລາວ, ລວມທັງການນຳສົ່ງຄົນເຈັບໄປຝັ່ງປະເທດເພື່ອນບ້ານໃນກໍລະນີຈຳເປັນ.

ພ້ອມກັນນັ້ນ ພວກເຮົາຍັງລົງພື້ນທີີ່ຊ່ວຍເຫຼືອບັນເທົາທຸກດ້ານໄພພິບັດຕ່າງໆ ຕັ້ງແຕ່ໄລຍະທຳອິດ ຈົນຮອດໄລຍະຫຼັງຟື້ນຟູ, ເກັບກຳຂໍ້ມູນຄອບຄົວທຸກຍາກ ເພື່ອຊ່ວຍເຫຼືອພິເສດເພີ່ມຕື່ມ.

ອີກພາລະກິດຄືການສົ່ງເສີມຊ່ວຍເຫຼືອດ້ານການສຶກສາ ເພື່ອຊ່ວຍເຫຼືອເດັກທີ່ຢູ່ຫ່າງໄກສອກຫຼີກ ໃຫ້ມີໂອກາດໄດ້ຮໍ່າຮຽນ, ໄດ້ຮຽນຢູ່ອາຄານທີ່ມີຄວາມປອດໄພ, ສະດວກ ແລະ ມີຫ້ອງນ້ຳສະອາດ.

ຄ່າໃຊ້ຈ່າຍພາຍໃນໂຄງການ

ສິ່ງທີ່ຈຳເປັນໃນການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ດ້ອຍໂອກາດໃນການປິ່ນປົວໃຫ້ທັນການ ກໍຄືປັດໄຈທີ່ເປັນຫຼັກ, ເພື່ອນຳໃຊ້ເປັນຄ່າເດີນທາງ, ຄ່າກິນຢູ່, ຄ່າຮັກສາພະຍາບານ ຄ່າຜ່າຕັດຕ່າງໆ. ເຊິ່ງແຕ່ລະກໍລະນີ ມີຄ່າໃຊ້ຈ່າຍສະເຫຼ່ຍຢ່າງຕໍ່າ 20,000,000ກີບ/ຄົນ/ກໍລະນີ. (2024)

ນອກເໜືອຈາກນັ້ນ ສິ່ງຈຳເປັນໃນການຊ່ວຍເຫຼືອດ້ານໄພພິບັດກໍຄື : ເຮືອ . ເພື່ອນຳສົ່ງຜູ້ປະສົບໄພ ແລະ ນຳສົ່ງເຄື່ອງຊ່ວຍເຫຼືອໃຫ້ທັນເວລາ. ແລະ ສິ່ງຈຳເປັນທີີ່ສຸດໃນການລຳລຽງຂົນສົ່ງເຄື່ອງບັນເທົາທຸກ, ເຄື່ອງຊ່ວຍເຫຼືອ ກໍຄືຍານພາຫະນະ ທັງລົດທີ່ສາມາດເຂົ້າພື້ນທີ່ໄດ້, ທັງລົດບັນທຸກຂົນສົ່ງ, ທັງເຮືອ ແລະ ແຮງງານຄົນ ທັງໝົດແມ່ນມີຄ່າໃຊ້ຈ່າຍທີ່ສູງ.

ປັດໄຈຂອງທ່ານ ກໍຄືການສະໜັບສະໜູນໃຫ້ໂຄງການຂອງພວກເຮົາ ສາມາດດຳເນີນການໄປໄດ້ຢ່າງຕໍ່ເນື່ອງ, ສະໝໍ່າສະເໝີ ແລະ ຍືນຍົງ.