ມອບຮັບແລ້ວ
ລາຍລະອຽດໂຄງການ

ໂຄງການ OneHeart ‘‘ ລະດົມທຶນຊ່ວຍເຫຼືອປຸກເຮືອນໃຫ້ຜູ້ທີ່ທຸກຍາກອະນາຖາ ຢູ່ 05 ເມືອງ ຂອງແຂວງຫຼວງນໍ້າທາ’’ ໂດຍແມ່ນອົງການກາແດງ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາຫຼວງນໍ້າທາ ເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອການປຸກເຮືອນໃຫ້ຜູ້ທີ່ທຸກຍາກ ຢູ່ 05 ເມືອງຂອງຫຼວງນໍ້າທາ ຈໍານວນ 40 ຫຼັງ ຂະໜາດແຕ່ລະ ຫຼັງ 4*6 ແມັດ ລວມມູນຄ່າກໍ່ສ້າງ ແລະ ເຄື່ອງໃຊ້ໃນເຮືອນທັງໝົດ 88.000.000,00 ກີບ (ແປດສີບແປດລ້ານກີບຖ້ວນ). ໃນໄລຍະປີ 2020 ຜ່ານມາເຈົ້າຂອງໂຄງການນໍາໃຊ້ເງິນຮ່ວງບັນເທົາທຸກທີ່ໄດ້ຈາກຕູ້ບໍລິຈາກຂອງອົງການກາແດງທີ່ຕັ້ງໄວ້ຕາມຈຸດຕ່າງໆປຸກສ້າງເຮືອນສໍາເລັດໃຫ້ຜູ້ ທຸກຍາກໄດ້ຈໍານວນ 01 ຫຼັງ ຢູ່ບ້ານນໍ້າມາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈໍານວນເງິນ:2.200.000,00 ກີບ(ສອງລ້ານສອງແສນກີບຖ້ວນ).

ອີງຕາມການເກັບກຳຂໍ້ມູນຄອບຄົວທີ່ທຸກຍາກຂອງແຕ່ລະເມືອງພາຍໃນແຂວງຫຼວງນໍ້າທາ ແມ່ນເຫັນວ່າຍັງມີຫຼາຍຄອບຄົວທີ່ຍັງທຸກຍາກ ຫຼາຍສົມຄວນ ລວມທັງໝົດແມ່ນ 40 ຫຼັງ (ລວມມີ 05 ເມືອງ: ເມືອງຫຼວງນໍ້າທາ, ​ເມືອງສີງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ). ສະ ພາບເຮືອນຢູ່ອາໄສຂອງຜູ້ທີ່ທຸກຍາກອະນາຖາດັ່ງກ່າວແມ່ນມີສະພາບເກົ່າເປ່ເພ ເປັນຕຸບພື້ນດິນມຸງດ້ວຍຫຍ້າຄາຝາແອ້ມດ້ວຍຝາໄມ້ປ່ອງ, ເວລາ ມີຟ້າລົມຝົນຕົກຫຼັງຄາຮົ່ວເຮັດໃຫ້ເປື້ອນເປິມີນໍ້າຝົນຮົ່ວຊືມພື້ນດີນເປັນຂີ້ຕົມການດໍາລົງຊີວິດແມ່ນມີຄວາມຫຍຸ້ງຫຼາຍ.

ຄ່າໃຊ້ຈ່າຍພາຍໃນໂຄງການ

ຈະນໍາໃຊ້ທຶນທີ່ລະດົມໄດ້ຈາກສັງຄົມຜ່ານ ໂຄງການ OneHeart ລະດົມທຶນຊ່ວຍເຫຼືອປຸກເຮືອນໃຫ້ຜູ້ທີ່ທຸກຍາກອະນາຖາ ຢູ່ 05 ເມືອງ ຂອງແຂວງຫຼວງນໍ້າທາ’’ ເພື່ອຊ່ວຍເຫຼືອການປຸກເຮືອນໃຫ້ຜູ້ທີ່ທຸກຍາກ ຢູ່ 05 ເມືອງຂອງຫຼວງນໍ້າທາ (ລວມມີ ເມືອງຫຼວງນໍ້າທາ, ​ເມືອງ ສີງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ) ຈໍານວນ 40 ຫຼັງ ຂະໜາດແຕ່ລະຫຼັງ 4*6 ແມັດ ລວມມູນຄ່າກໍ່ສ້າງ ແລະ ເຄື່ອງໃຊ້ໃນເຮືອນ 2.200.000 ກີບ/ຫຼັງ ລວມທັງໝົດ 88.000.000,00 ກີບ (ແປດສີບແປດລ້ານກີບຖ້ວນ) ໃຫ້ສໍາເລັດຕາມແຜນທີ່ວາງໄວ້ໃຫ້ເກີດປະໂຫຍດສູງສຸດ ພ້ອມບັນທຶກພາບ ແລະ ລາຍງານຄືນມາຍັງ ທຄຕລ ເພື່ອໃຫ້ ທຄຕລ ແຈ້ງໃຫ້ສັງຄົມຮັບຊາບຜ່ານທາງໜ້າຂ່າວຂອງ BCEL OneHeart ແລະ ຊ່ອງທາງອື່ນໆຂອງ ທຄຕລ ຕາມສົມຄວນ.