Description

ໂຄງການດັ່ງກ່າວແມ່ນໂຄງການທີ່ລະດົມທຶນ ເຂົ້າໃນການການປິ່ນປົວເດັກແຝດທີ່ ຂາດສານອາຫານ ແລະ ປົວແປງທີ່ຢູ່ອາໃສໃຫ້ກັບຄອບຄົວທີ່ເກີດລູກແຝດ 3 ດັ່ງກ່າວ. ເດັກຕ້ອງຢູ່ພາຍໄຕ້ການຕິດຕາມຢ່າງໃກ້ຊິດຂອງແພດໝໍ. ນອກຈາກນັ້ນແລ້ວ ຄອບຄົວດັ່ງກ່າວຍັງມີທີ່ຢູ່ອາໃສບໍຖາວອນ, ມີລູກຫຼາຍຄົນ ສະພາບຄວາມເປັນຢູ່ກໍ່ທຸກຍາກຂາດເຂີນ. ເຈົ້າຂອງໂຄງການແມ່ນ: ສະຫະພັນແມ່ຍິງແຂວງ ບໍລິຄຳໄຊ, ເບີໂທຕິດຕໍ່ 020 28257999.

- ໄລຍະເວລາຂອງໂຄງການ: ວັນທີ 08/07/2019 ຮອດວັນທີ 30/09/2019

- ເປົ້າໝາຍຍອດເງິນຊ່ວຍເຫຼືອແມ່ນ 50.000.000,00 (ຫ້າສິບລ້ານກີບ)

- ບັນຊີຮອງຮັບເງິນບໍລິຈາກ 150120001148558001 ອອກຊື່ LAO WOMEN UNION BOLIKHAMXAY

Expenses

ເງິນທີ່ໄດ້ຮັບບໍລິຈາກທັງໝົດຈະເອົາໄປໃຊ້ຈ່າຍດັ່ງນີ້:

  1. ປິ່ນປົວເດັກທັງ 3 ໃຫ້ແຂງແຮງ

  2. ເຮັດໝັນໃຫ້ແມ່

  3. ປົວແປງເຮືອນບາງສ່ວນໃຫ້ຄອບຄົວເຊັ່ນ: ມຸງຫຼັງຄາໃໝ່, ແອ້ມຝາໃໝ່