Description

ໂຮງຮຽນມັດທະຍົມຕອນຕົ້ນບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ມາເຖີງປະຈຸບັນ ມີນັກຮຽນຈົບຈາກໂຮງຮຽນຈໍານວນ 15 ຊຸດ ລວມທັງໝົດ 978 ນ້ອງ, ເພດຍິງ: 421 ນ້ອງ.

ໃນສົກຮຽນປີ ຄສ 2019-2020 ນີ້ມີຄູ-ອາຈານສອນທັງໝົດ 13 ສະຫາຍ ເພດຍິງ 06 ສະຫາຍ, ມີນັກຮຽນທັງໝົດ 164 ນ້ອງ ເພດຍິງ 73 ນ້ອງ ໂດຍແມ່ນນ້ອງນັກຮຽນທີ່ມາຈາກ 07 ບ້ານ ມີ 02 ຊົນເຜົ່າຄື: ເຜົ່າລາວລຸ່ມ ແລະ ເຜົ່າກືມມຸ ມີນັກຮຽນນອນໃນຫໍພັກ ຈໍານວນ 116 ນ້ອງ, ເພດຍິງ 55 ນ້ອງ ແບ່ງອອກເປັນ 05 ຫ້ອງ ຄື: ຫ້ອງມໍ 1 ມີ 01 ຫ້ອງ, ຫ້ອງ ມໍ 2 ມີ 01 ຫ້ອງ, ຫ້ອງ ມໍ3 ມີ 02 ຫ້ອງ ແລະ ຫ້ອງ ມໍ4 ມີ 01 ຫ້ອງ ທາງໂຮງຮຽນແມ່ນມີຄວາມຂາດເຂີນຫຼາຍຢ່າງ ເປັນຕົ້ນແມ່ນ ຫໍພັກຂອງນ້ອງນັກຮຽນທີ່ນອນໃນຫໍພັກ ນັ້ນຍັງບໍ່ພຽງພໍເພື່ອຮອງຮັບນັກ ຮຽນ ສະພາບປັດຈຸບັນນີ້ ຫໍພັກນັກຮຽນຊາຍແມ່ນເປັນຕຸບມຸງດ້ວຍຫຍ້າຄາ ຝາແອ້ມດ້ວຍຝາໄມ້ປ່ອງ, ພື້ນເປັນດີນ ເວລາມີຟ້າລົມຝົນຕົກເຮັດ ໃຫ້ເປື້ອນເປິ. ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ຈື່ງໄດ້ຂໍເປີດບັນຊີໂຄງການ OneHeart ເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ

Expenses

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ກ່ຽວກັບການເປີດບັນຊີໂຄງການ OneHeart ໂດຍແມ່ນເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ຈໍານວນ 01 ຫຼັງ ລວມມູນຄ່າກໍ່ສ້າງທັງໝົດ 183.882.820,00 ກີບ (ໜື່ງຮ້ອຍແປດສີບສາມລ້ານແປດແສນແປດສີບສອງພັນແປດຮ້ອຍຊາວກີບຖ້ວນ), ເຊີ່ງໃນນີ້ ທືນສົມທົບຂອງ ເຈົ້າ ຂອງໂຄງການ ມີຈໍານວນ 33.882.820,00 ກີບ (ສາມສີບສາມລ້ານແປດແສນແປດສີບສອງພັນແປດຮ້ອຍຊາວກີບຖ້ວນ). ເຊີ່ງເຫັນວ່າຍັງບໍ່ ທັນພຽງພໍ ຈໍານວນ: 150.000.000,00 ກີບ (ໜື່ງຮ້ອຍຫ້າສີບລ້ານກີບຖ້ວນ). ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ຈື່ງໄດ້ຂໍເປີດບັນຊີໂຄງການ OneHeart ເພື່ອລະ ດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ